ສະຖາບັນພາສາອັງກິດ
ສະຖາບັນພາສາອັງກິດໄດ້ດໍາເນີນການໂດຍເຈົ້າຂອງພາສາ, ຄົນເກົາຫຼີຜູ້ທີ່ມີປະສົບການຢ່າງຫຼວງຫຼາຍດ້ານການຮຽນການສອນພາສາອັງກິດ, ແລະ ອາຈານສອນຄົນລາວຜູ້ທີ່ໄດ້ຈົບຈາກພາກວິຊາພາສາອັງກິດຢູ່ທີ່ມະຫາວິທະຍາໄລແຫ່ງຊາດລາວ.
ຈຸດປະສົງຂອງການສ້າງຕັ້ງ
- ເພື່ອສະຫນອງໂອກາດທາງດ້ານການຮຽນຮູ້ທີ່ເທົ່າທຽມກັນໂດຍການສະຫນອງການປ່ຽນແປງໃນການຮຽນພາສາອັງກິດໃນລາຄາຖືກ.
- ເພື່ອຮຽນຮູ້ຂໍ້ມູນພາສາອັງກິດຕ່າງໆໄດ້ຢ່າງງ່າຍດາຍ ແລະ ວອງໄວ.
- ເພື່ອສ້າງຄວາມຫມັ້ນໃຈໃນນັກສຶກສາໃນເວລາທີ່ມີການພົວພັນກັບເຈົ້າຂອງພາສາ ແລະ ຄົນຕ່າງປະເທດ.
- ເພື່ອສະຫນັບສະຫນູນການພັດທະນາບຸກຄົນ ແລະ ປະເທດຊາດໂດຍການຮຽນພາສາອັງກິດ.
ລະດັບການສຶກສາ
- ຫ້ອງກຽມພື້ນຖານ
– ນັກຮຽນລະດັບປະຖົມທີ່ບໍ່ຮູ້ກ່ຽວກັບພາສາອັງກິດຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
– ເລີ່ມຕົ້ນດ້ວຍການຮຽນຕົວອັກສອນພາສາອັງກິດ (A, B C), ພວກເຮົາສອນນັກຮຽນໂດຍການໃຊ້ວິດີໂອຫຼາກຫຼາຍ ແລະ ຫນ້າສົນໃຈທີ່ເປັນສຽງຂອງເຈົ້າຂອງພາສາໂດຍກົງ.
– ຫ້ອງຮຽນນີ້ໃຫ້ການສຶກສາຟຣີສໍາລັບຊຸມຊົນໃກລ້ຄຽງ. - ຫ້ອງພື້ນຖານ
– ນັກຮຽນທີ່ໄດ້ສໍາເລັດຫຼັກສູດກຽມພື້ນຖານ ຫຼື ຮຽນຢູ່ລະດັບມັດທະຍົມຕົ້ນແມ່ນຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
– ຈະໄດ້ຮຽນພື້ນຖານກ່ຽວກັບໄວຍະກອນອັງກິດ, ການຂຽນ, ການອ່ານ ແລະ ການສົນທະນາ.
– ນໍາໃຊ້ອຸປະກອນການສອນດ້ວຍວິດີໂອທີ່ສຽງຂອງເຈົ້າຂອງພາສາເວົ້າ ແລະ ສາມາດເຂົ້າເຖີງສຽງຂອງເຈົ້າຂອງພາສາໄດ້ດີ.
- ຫ້ອງພື້ນລະດັບກາງ
– ນັກຮຽນທີ່ໄດ້ສໍາເລັດຫຼັກສູດຂັ້ນພື້ນຖານ ຫຼື ຮຽນຢູ່ລະດັບມັດທະຍົມປາຍແມ່ນຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
– ຈະໄດ້ຮຽນລະດັບກາງກ່ຽວກັບໄວຍະກອນອັງກິດ, ການຂຽນ, ການອ່ານ ແລະ ການສົນທະນາ.
- ຫ້ອງພື້ນລະດັບສູງ
– ນັກຮຽນທີ່ໄດ້ສໍາເລັດຫຼັກສູດລະດັບກາງ ຫຼື ສຶກສາຢູ່ລະດັບວິທະຍາໄລແມ່ນຈະໄດ້ຮັບການສິດສອນໃນໄລຍະ 6 ເດືອນ.
– ຈະໄດ້ຮຽນລະດັບສູງກ່ຽວກັບໄວຍະກອນອັງກິດ, ການຂຽນ, ການອ່ານ ແລະ ການສົນທະນາ.