Titleຫຼັກສູດການຝຶກອົບຮົມຄອມພີວເຕີເຕັກນີກພິເສດແກ່ບັນດາພະນັກງານ ແລະ ຄູອາຈານຈາກແຂວງຫຼວງນ້ຳທາ ໂດຍ ວິທະຍາໄລລາວ-ເກົາຫຼີ2018-08-02 03:33:45
Writer Level 10

ວິທະຍາໄລລາວ-ເກົາຫຼີ (ທ່ານຜູ້ອຳນວຍການ, ຈອງບອມ ລີ) ໄດ້ຈັດສ້າງຫຼັກສູດຝຶກອົບຮົມພິເສດໂດຍບໍ່ເສຍຄ່າຮຽນຂື້ນໃຫ້ແກ່ ບັນດາພະນັກງານຫ້ອງການສຶກສາທິການ ແລະ ຄູອາຈານສອນມັດທະຍົມສຶກສາຈາກແຂວງຫຼວງນ້ຳທາ ໂດຍໄດ້ຮັບການສະໜັບສະໜຸນຈາກ ສູນພັດທະນາໂປຼແກມຄອມພິວເຕີ (CPDC)ຂອງວິທະຍາໄລລາວ-ເກົາຫຼີ

ວິທະຍາໄລລາວ-ເກົາຫຼີ ໄດ້ຄັດເລືອກເອົາແຂວງຫຼວງນ້ຳທາ ເພື່ອເປັນສ່ວນໜື່ງໃນແຜນພັດທະນາລະດັບພາກພື້ນໂດຍການກໍ່ສ້າງການສຶກສາໃນຂົງເຂດທີ່ມີໂອກາດທາງການສຶກສາຫ່າງໄກຈາກນະຄອນຫຼວງ. ແຜນການເຫຼົ່ານີ້ແມ່ນຈະດຳເນີນຂື້ນ ຄັ້ງຕໍ່ປີ, ຄື ຈະໄປຢຽມຢາມ ແລະ ມອບການສຶກສາທີ່ແຂວງຫຼວງນ້ຳທາ ແລະ ຈະໄດ້ເຊື້ອເຊີນບັນດາບຸກຄົນມາຝຶກອົບຮົມທີ່ວິທະຍາໄລ. ຜູ້ອຳນວຍການສູນ (ທ່ານ ເດຊິກ ແປກ) ກ່າວວ່າ: ຂ້າພະເຈົ້າຮູ້ສຶກຍີນດີທີ່ຂ້າພະເຈົ້າສາມາດສ້າງການຊ່ວຍເຫຼືອເລັກນ້ອຍໃຫ້ແກ່ການພັດທະນາການສຶກສາຂອງແຂວງຫຼວງນ້ຳທາໂດຍຜ່ານການສຶກສາຄັ້ງນີ້. ຂ້າພະເຈົ້າຈະສຶບຕໍ່ມອບຫຼັກສູດຝຶກອົບຮົມຄອມພິວເຕີທີ່ພິເສດ ແລະ ບໍ່ເສຍຄ່າໃຊ້ຈ່າຍອີກໃນອານາຄົດ.” ພ້ອມດຽວກັນນັ້ນ, ຕົວແທນຂອງຜູ້ຮັບການຝຶກອົບຮົມກໍ່ໄດ້ກ່າວວ່າ: ມັນເປັນເລື່ອງຍາກຫຼາຍທີ່ຈະໄດ້ຮັບການສຶກສາເນື່ອງຈາກສະພາບແວດລ້ອມ ແລະ ການເງິນ. ຂ້າພະເຈົ້າຮູ້ສຶກດີໃຈຫຼາຍສຳຫຼັບການເຊື້ອເຊີນພວກເຮົາມາຍັງສະຖານທີ່ທີ່ດີ ແລະ ຍັງກະກຽມການສຶກສາທີ່ບໍ່ມີຄ່າໃຊ້ຈ່າຍໃດໆຕັ້ງແຕ່ການກິນຢູ່ຕະຫຼອດຈົນເຖີງສີ່ງຂອງຕ່າງໆ. ພວກເຮົາຈະນຳໃຊ້ສີ່ງທີ່ພວກເຮົາໄດ້ຮັບມາໃນການຝຶກອົບຮົມຄັ້ງນີ້ເພື່ອຖ່າຍທອດໃຫ້ແກ່ນັກຮຽນຂອງພວກເຮົາຢ່າງດີທີ່ສຸດ.